Monday, August 18, 2008

ໂລໂກ້ໃຫມ່ ຂອງລາວອຸບັນຕູ (New Logo of Laoubuntu)




ໂລໂກ້ໃຫມ່ ຂອງລາວອຸບັນຕູ (New Logo of Laoubuntu)

ອັນນີ້ເປັນພຽງ Beta Version ຊື່ໆ ເນາະຍັງບໍ່ທັນໄດ້ເປັນຂອງແທ້ເທື່ອ

ລາຍລາວ ຫົວພະຍານາກ ແມ່ນ ຜົນງານຂອງທ່ານ The Bou Of Laozaa
ແລ້ວກໍປັບແຕ່ງໂດຍ ທ່ານ Defago ທ່ານ ແອ ຂອງເຮົານີ້ເອງ ເນາະ

ແລະ ຂ້າພະເຈົ້າກໍໄດ້ ຂັດການ ເອົາຂຶ້ນທີ່
http://www.laoubuntu.com/

www.laozaa.com

Saturday, July 26, 2008

ເຊີນຊ່ວຍກັນ ອອກແບບ Logo Lao ubuntu ເດີ້ພີ່ນ້ອງ

ເຊີນມາຮ່ວມກຸ່ມຜູ້ຮັກຫລົງໄຫລໃນ Open source ແລະ Linux ທຸກ Distro ໂດຍສະເພາະ UBUNTU ລຸງບັນຕູ້ ຂອງເຮົາ

ເນື່ອງຈາກວ່າພວກເຮົາທາງທີມ LAOubuntu ແລະ ທີມງານ Laozaa ຈະເຮັດໂລໂກ້ ສຳລັບ Laoubuntu ເຊີ່ງເປັນ distro ທີ່ໃຊ້ພາສາລາວ ແລະ ມີການປັບແຕ່ງໃຫ້ໃຊ້ງານງ່າຍສະດວກເຫມາະສົມສຳຫລັບຄົນລາວທີ່ສຸດ ເຊິ່ງ Ubuntu ທີ່ເປັນມັນ(ເຊີ່ງກໍ່ໃຊ້ງ່າຍຢູ່ແລ້ວ) ດັ່ງນັ້ນພວກຂ້າພະເຈົ້າຈື່ງໄດ້ຂໍເຊີນຊວນພໍ່ແມ່ພີ່ນ້ອງຍາດມິດສະຫາຍທັງຫລາຍທັງມວນອັນເປັນທີ່ຮັກມາຮ່ວມໃຈກັນອອກແບບໂລໂກ້ Laoubuntu ບາງເທື່ອໂລໂກ້ຂອງທ່ານອາດຈະຖືກນຳໃຊ້ໃນຊີ້ນງານດັ່ງກ່າວຮູບແບບຂອງໂລໂກ້ກໍ່ປະມານວ່າ ມີສີໃຫ້ຄ້າຍໂລໂກ້ ອູບັນຕຸສະແດງເຖິງມິດຕະພາບແລະຄວາມເປັນສາມັກຄີ

ປລ. ງານນີ້ບໍ່ມີລາງວັນ ຫຶຫຶ ເຮັດດ້ວຍໃຈໃຫ້ດ້ວຍໃຈ(ບາງເທື່ອອາດຈະມີ)

ຂໍ້ມູນເພີ່ມເຕີມ
https://launchpad.net/~laoubuntu
http://www.laozaa.com
http://www.laoubuntu.com

Sunday, July 20, 2008

++ ການຕິດຕັ້ງUBUNTU ++

ນີ້ຈະແມ່ນ ອູບັນຕູ 7.10 ກ່ອນອື່ນຫມົດທີ່ຂາດບໍ່ໄດ້ກະຄືຕ້ອງມີແຜ່ນ ubuntu ເຮົາສາມາດຫາມາໄດ້ຫລາຍວິທີເຊັ່ນ ໂຫລດເປັນໄຟລ໌ isoແລ້ວມາເບີນເອົາໄດ້ທີ່ www.ubuntu.com

1. ຂັ້ນຕອນທຳອິດແມ່ນໃຫ້ປັບຄອມພິວເຕີ້ເຮົາໃຫ້ບຸດຜ່ານແຜ່ນຊີດີ ຫລັງຈາກນັ້ນໃສ່ແຜ່ນ Ubuntu ແລ້ວເປີດຄອມຫນ້າຈໍຈະປະກົດລະບົບບຸດຂອງ Ubuntu ກົດF2 ເລືອກພາສາໄທ(ຫຼືອື່ນໆແລ້ວແຕ່ສະດວກ)F3 ເລືອກ US English ຈາກນັ້ນເລືອກ start or install ubuntu ແລ້ວກົດ enter ຈາກນັ້ນຖ້າຈັກຫນ້ອຍຫນື່ງແລ້ວຈະເຂົ້າຫນ້າຈໍຕໍ່ໄປ


2. ຫລັງຈາກໂຫລດແລ້ວຈະມີຫນ້າຈໍຄືດັ່ງລຸ່ມນີ້ແລ້ວກົດ install ເພື່ອເຂົ້າສູ່ການຕັ້ງຄ່າ



3. ຕໍ່ມາຈະໃຫ້ເລືອກພາສາທີ່ລະບົບໃຊ້ໃຫ້ເລືອກພາສາທີ່ຕ້ອງການແລ້ວກົດ Forward



4. ຕໍ່ມາໃຫ້ຕັ້ງຄ່າເວລາໃນເຂດຖ້າເຮົາເລືອກລາວກໍ່ເອົາ vientiane



5. ຕໍ່ມາຈະໃຫ້ລະບົບຈະໃຫ້ເລືອກພາສາທີ່ຄີບອດໃຊ້ (ສາມາດຕື່ມພາຍຫລັງໄດ້)



6. ຕໍ່ມາລະບົບຈະໃຫ້ເຮົາເລືອກ partition ເຮົາຈະເລືອກໃຫ້ລະບົບຈັດການ partition ໃຫ້ຫລືເລືອກເອງ


ຖ້າເຮົາເລືອກ"Manual" ຈະມີຫນ້າຕ່າງຂື້ນມາໃຫ້ເຮົາກຳນົດ ສາມາດສ້າງ,ປັບຄ່າ,ແລະລືບ partitions ແລະ mount points.



7. ໃຫ້ກົດເລືອກ Partition ໃຫມ່ Ubuntu ຈະມີການ run ຢູ່ Swap ເຊິ່ງຈະເຮັດຫນ້າທີ່ເປັນ Virtual Memory



8. ທຳອິດເຮົາຈະສ້າງ Swap ໂດຍຄຣິກ “New Partition” ເລືອກ Swap ຕໍ່ມາໃຫ້ປ່ຽນ "Use as:" ເປັນ “swap” ເລືອກປະເພດເປັນ “Primary” ໂດຍຕຳແຫນ່ງເປັນ "Beginning" ກົດ OK ເພື່ອສ້າງ




9. ຕໍ່ມາໃຫ້ເລືອກເນື້ອທີ່ວ່າງອີກເທື່ອຫນື່ງແລະຄຣິກ "New Partition" ອີກບາດຫນື່ງ ຕອນນີ້ເຮົາຈະມາສ້າງເນື້ອທີ່ແທ້ໆຂອງUbuntu ໂດຍໃຫ້ໃສ່ເນື້ອທີ່ເທົ່າທີ່ຕ້ອງການເລືອກ "Primary" ຕຳແຫນ່ງເປັນ "Beginning" ເລືອກ "Use as:" ເປັນ "ext3" ແລ້ວກົດ OK



ແລ້ວຄຣິກຂວາທີ່ ext3 Partition ເລືອກ Edit ແລ້ວປ່ຽນ Mount Point ເປັນ " / " ແລ້ວກະຄຮິກ OK



10. ຕໍ່ມາເລືອກ ext3 partition ແລ້ວກົດ Forward



11. ຫນ້າຕໍ່ມາຈະຖາມເຖິງການນຳຊື່ຜູ້ໃຊ້ username ຈາກ Windows ຖ້າບໍ່ຕ້ອງການກົດ Forward(ຈະປະກົດຫນ້ານີ້ເມື່ອຜູ້ໃຊ້ລົງwindow XP ຢູ່)



12. ໃສ່ຊື່ທີ່ຈະເຂົ້າລະບົບ (ພາສາອັງກິດເທົ່ານັ້ນ) ແລະລະຫັດຜ່ານ(ຕ້ອງໃສ່)



13. ຕໍ່ມາລະບົບຈະໃຫ້ເຮົາກວດສອບການຕັ້ງຄ່າທັງຫມົດກ່ອນທີ່ຈະຕິດຕັ້ງຖ້າຖືກຫມົດແລ້ວກະກົດ Install ໄດ້ເລີຍ





14. ແລ້ວກະນັ່ງຖ້າ ຖ້າ....


ຖ້າ...ລະກະຖ້າ…



ເມື່ອຕິດຕັ້ງແລ້ວ ຫລັງຈາກນັ້ນ ກົດ restart



ແລ້ວຈະມີແບບນີ້



ຢ່າຕົກໃຈ……ມັນເປັນພຽງຈໍດຳ…..-*- ປ່ອຍໃຫ້ມັນບຸທຈັກຫນ່ອຍ

15. ແລ້ວຈະມີຕົວເລືອກ ໃຫ້ເລືອກໂຕທຳອິດນັ້ນແຫລະ



16. ແລ້ວຈະເຂົ້າມາຫນ້າລ໊ອກອິນອັນສວຍງາມ!!!!



17. ແລະເມື່ອເຂົ້າມາຫນ້າ desktop ກໍ່ຈະໄດ້ພົບກັບຄວາມງົດງາມຈົນທ່ານລືມ vista ໄປເລີຍ ^_^



ຫມາຍເຫດ
• Swap ຈະເຮັດຫນ້າທີ່ເປັນການຈຳລອງເນື້ອທີ່ໃນການເຮັດວຽກເພີ່ມຂື້ນຫລືເວົ້າໃຫ້ເຂົ້າໃຈງ່າຍແມ່ນການນຳພື້ນທີ່ຂອງ ຮາດດີກ Harddisk ມາຈຳລອງເປັນ RAM ເມື່ອ RAM ແທ້ບໍ່ພຽງພໍ (ຄືກັນກັບ Paging File ໃນ Windows) ໂດຍລະບົບຈະເອີ້ນ Swap ມາໃຊ້ເອງເມື່ອຕ້ອງການ ສະໄຫມກ່ອນນິຍົມໃຫ້ມີຂະຫນາດເທົ່າສອງເທົ່າຂອງເນື້ອທີ່ Ram ແຕ່ປະຈຸບັນRamຄອມທຸກມື້ນີ້ຫລາຍໆແລ້ວສຳລັບ ລີນຸກ ຫາກRam 1 - 2 GB ຂື້ນໄປບໍ່ຈຳເປັນຕ້ອງມີກະໄດ້

ການຕັ້ງຄ່າ desktop effect ຫລືລະບົບຕ່າງໆສຶກສາເພີ່ມເຕີມໄດ້ທີ່
http://ubuntuclub.com/ຫລື http://wiki.ubuntuclub.com/

devsmudger 20/11/2007

ຈົບແລ້ວ…………. -_-

www.laozaa.com

ແກ້ບັນຫາສະເພາະຫນ້າ Wireless ກັບ ubuntu

ເລື່ອງບັນຫາໄດລເວີ້ Wireless ຄືຊິມີຜູ້ເກີດບັນຫາສຳມະປິຫລາຍໆໆໆໆຢ່າງສະນັ້ນເຮົາມາຫາວິທີແກ້ດ້ວຍ Ndiswrapper ກັບໄດລເວີ້ Windows XP
ມີວິທີປະມານນີ້

1. ເປີດ Terminal (ອີກແລ້ວ) ສັ່ງ sudo aptitude install ndiswrapper ndisgtk
2. ເປີດ Administration > Windows Wireless Driver ແລ້ວເລືອກໄປທີ່ຊີດີ (ຫາໄຟລ .inf )Drivers/Wireless/ndis5x/net5211.inf (ສົມມຸດເດີ້ນິ)


ແລ້ວກະໄດ້ Wireless ໃຊ້ຢ່າງສຳບາຍໃຈ...ແຕ່.....ບັນຫາມັນຄືວ່າ...ສັນຍານຫນ້ອຍກ່າວເກົ່າ ປະມານ 30ເປີເຊັນ -*- (ຄິດໄປເອງຕີ້ເບາະ)


Ndiswrapper ໂຫລດໄດລເວີ້ຂອງ XP

by
Devsmudger

www.laozaa.com

Monday, July 7, 2008

Welcome to Lao Ubuntu Team

Welcome to Lao Ubuntu Team

Hello World......
This is Test Lao Ubuntu Blog

This Blog will tell you about activities of Lao Ubuntu team

ສະບາຍດີ ທີ່ນີ້ແມ່ນ ບລັອກ ຂອງ ທີມ ງານ ລາວ ອຸບຸນຕູ ເຊິ່ງໃນຫນ້ານີ້ເຮົາຈະເວົ້າລົມກ່ຽວກັບການເຄື່ອນໄຫວ ຂອງທີມງານ ແລະ ການເຮັດກິດຈະກຳຕ່າງໆ ຂອງທີມງານ
ເອົາເປັນວ່າເທົ່ານີ້ກ່ອນ ດຽວມີຫຍັງຄືບຫນ້າແລ້ວຈະເອົາມາເລົ່າໃຫ້ຟັງອີກເທື່ອ
ເອົາເປັນວ່າໃຜທີ່ ມີຄວາມສົນໃຈເຂົ້າຮ່ວມຊ່ວຍກັນແປກະສາມາດສະຫມັກໄດ້ ທີ່
Lao Ubuntu Team in Launchpad ແລະ ຫາກທ່ານມີຄວາມຄິດເຫັນໃດໆ ກໍ່ສາມາດເຂົ້າໄປຕັ້ງກະທູ້ ສົນທະນາກັນໄດ້ ທີ່ ເວັບໄຊ້ລາວຊ້າດ໋ອທຄອມ