Sunday, July 20, 2008

++ ການຕິດຕັ້ງUBUNTU ++

ນີ້ຈະແມ່ນ ອູບັນຕູ 7.10 ກ່ອນອື່ນຫມົດທີ່ຂາດບໍ່ໄດ້ກະຄືຕ້ອງມີແຜ່ນ ubuntu ເຮົາສາມາດຫາມາໄດ້ຫລາຍວິທີເຊັ່ນ ໂຫລດເປັນໄຟລ໌ isoແລ້ວມາເບີນເອົາໄດ້ທີ່ www.ubuntu.com

1. ຂັ້ນຕອນທຳອິດແມ່ນໃຫ້ປັບຄອມພິວເຕີ້ເຮົາໃຫ້ບຸດຜ່ານແຜ່ນຊີດີ ຫລັງຈາກນັ້ນໃສ່ແຜ່ນ Ubuntu ແລ້ວເປີດຄອມຫນ້າຈໍຈະປະກົດລະບົບບຸດຂອງ Ubuntu ກົດF2 ເລືອກພາສາໄທ(ຫຼືອື່ນໆແລ້ວແຕ່ສະດວກ)F3 ເລືອກ US English ຈາກນັ້ນເລືອກ start or install ubuntu ແລ້ວກົດ enter ຈາກນັ້ນຖ້າຈັກຫນ້ອຍຫນື່ງແລ້ວຈະເຂົ້າຫນ້າຈໍຕໍ່ໄປ


2. ຫລັງຈາກໂຫລດແລ້ວຈະມີຫນ້າຈໍຄືດັ່ງລຸ່ມນີ້ແລ້ວກົດ install ເພື່ອເຂົ້າສູ່ການຕັ້ງຄ່າ



3. ຕໍ່ມາຈະໃຫ້ເລືອກພາສາທີ່ລະບົບໃຊ້ໃຫ້ເລືອກພາສາທີ່ຕ້ອງການແລ້ວກົດ Forward



4. ຕໍ່ມາໃຫ້ຕັ້ງຄ່າເວລາໃນເຂດຖ້າເຮົາເລືອກລາວກໍ່ເອົາ vientiane



5. ຕໍ່ມາຈະໃຫ້ລະບົບຈະໃຫ້ເລືອກພາສາທີ່ຄີບອດໃຊ້ (ສາມາດຕື່ມພາຍຫລັງໄດ້)



6. ຕໍ່ມາລະບົບຈະໃຫ້ເຮົາເລືອກ partition ເຮົາຈະເລືອກໃຫ້ລະບົບຈັດການ partition ໃຫ້ຫລືເລືອກເອງ


ຖ້າເຮົາເລືອກ"Manual" ຈະມີຫນ້າຕ່າງຂື້ນມາໃຫ້ເຮົາກຳນົດ ສາມາດສ້າງ,ປັບຄ່າ,ແລະລືບ partitions ແລະ mount points.



7. ໃຫ້ກົດເລືອກ Partition ໃຫມ່ Ubuntu ຈະມີການ run ຢູ່ Swap ເຊິ່ງຈະເຮັດຫນ້າທີ່ເປັນ Virtual Memory



8. ທຳອິດເຮົາຈະສ້າງ Swap ໂດຍຄຣິກ “New Partition” ເລືອກ Swap ຕໍ່ມາໃຫ້ປ່ຽນ "Use as:" ເປັນ “swap” ເລືອກປະເພດເປັນ “Primary” ໂດຍຕຳແຫນ່ງເປັນ "Beginning" ກົດ OK ເພື່ອສ້າງ




9. ຕໍ່ມາໃຫ້ເລືອກເນື້ອທີ່ວ່າງອີກເທື່ອຫນື່ງແລະຄຣິກ "New Partition" ອີກບາດຫນື່ງ ຕອນນີ້ເຮົາຈະມາສ້າງເນື້ອທີ່ແທ້ໆຂອງUbuntu ໂດຍໃຫ້ໃສ່ເນື້ອທີ່ເທົ່າທີ່ຕ້ອງການເລືອກ "Primary" ຕຳແຫນ່ງເປັນ "Beginning" ເລືອກ "Use as:" ເປັນ "ext3" ແລ້ວກົດ OK



ແລ້ວຄຣິກຂວາທີ່ ext3 Partition ເລືອກ Edit ແລ້ວປ່ຽນ Mount Point ເປັນ " / " ແລ້ວກະຄຮິກ OK



10. ຕໍ່ມາເລືອກ ext3 partition ແລ້ວກົດ Forward



11. ຫນ້າຕໍ່ມາຈະຖາມເຖິງການນຳຊື່ຜູ້ໃຊ້ username ຈາກ Windows ຖ້າບໍ່ຕ້ອງການກົດ Forward(ຈະປະກົດຫນ້ານີ້ເມື່ອຜູ້ໃຊ້ລົງwindow XP ຢູ່)



12. ໃສ່ຊື່ທີ່ຈະເຂົ້າລະບົບ (ພາສາອັງກິດເທົ່ານັ້ນ) ແລະລະຫັດຜ່ານ(ຕ້ອງໃສ່)



13. ຕໍ່ມາລະບົບຈະໃຫ້ເຮົາກວດສອບການຕັ້ງຄ່າທັງຫມົດກ່ອນທີ່ຈະຕິດຕັ້ງຖ້າຖືກຫມົດແລ້ວກະກົດ Install ໄດ້ເລີຍ





14. ແລ້ວກະນັ່ງຖ້າ ຖ້າ....


ຖ້າ...ລະກະຖ້າ…



ເມື່ອຕິດຕັ້ງແລ້ວ ຫລັງຈາກນັ້ນ ກົດ restart



ແລ້ວຈະມີແບບນີ້



ຢ່າຕົກໃຈ……ມັນເປັນພຽງຈໍດຳ…..-*- ປ່ອຍໃຫ້ມັນບຸທຈັກຫນ່ອຍ

15. ແລ້ວຈະມີຕົວເລືອກ ໃຫ້ເລືອກໂຕທຳອິດນັ້ນແຫລະ



16. ແລ້ວຈະເຂົ້າມາຫນ້າລ໊ອກອິນອັນສວຍງາມ!!!!



17. ແລະເມື່ອເຂົ້າມາຫນ້າ desktop ກໍ່ຈະໄດ້ພົບກັບຄວາມງົດງາມຈົນທ່ານລືມ vista ໄປເລີຍ ^_^



ຫມາຍເຫດ
• Swap ຈະເຮັດຫນ້າທີ່ເປັນການຈຳລອງເນື້ອທີ່ໃນການເຮັດວຽກເພີ່ມຂື້ນຫລືເວົ້າໃຫ້ເຂົ້າໃຈງ່າຍແມ່ນການນຳພື້ນທີ່ຂອງ ຮາດດີກ Harddisk ມາຈຳລອງເປັນ RAM ເມື່ອ RAM ແທ້ບໍ່ພຽງພໍ (ຄືກັນກັບ Paging File ໃນ Windows) ໂດຍລະບົບຈະເອີ້ນ Swap ມາໃຊ້ເອງເມື່ອຕ້ອງການ ສະໄຫມກ່ອນນິຍົມໃຫ້ມີຂະຫນາດເທົ່າສອງເທົ່າຂອງເນື້ອທີ່ Ram ແຕ່ປະຈຸບັນRamຄອມທຸກມື້ນີ້ຫລາຍໆແລ້ວສຳລັບ ລີນຸກ ຫາກRam 1 - 2 GB ຂື້ນໄປບໍ່ຈຳເປັນຕ້ອງມີກະໄດ້

ການຕັ້ງຄ່າ desktop effect ຫລືລະບົບຕ່າງໆສຶກສາເພີ່ມເຕີມໄດ້ທີ່
http://ubuntuclub.com/ຫລື http://wiki.ubuntuclub.com/

devsmudger 20/11/2007

ຈົບແລ້ວ…………. -_-

www.laozaa.com

No comments: